SBS Lao - SBS ພາ​ສາ​ລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

https://www.sbs.com.au/language/lao/lo/podcast/sbs-lao

Eine durchschnittliche Folge dieses Podcasts dauert 7m. Bisher sind 1363 Folge(n) erschienen. .

Gesamtlänge aller Episoden: 8 days 9 hours 39 minutes

subscribe
share






ການກາຍພັນຂອງໄຂ້ຫວັດນົກ.


ໃນຂນະ ທີ່ຍັງບໍ່ທັນມີການກວດພົບໄຂ້ຫວັດນົກ ຢູ່ໃນອອສເຕຣເລັຍ, ຜູ້ຊ່ຽວຊານເຕືອນວ່າ ການມາເຖິງຂອງມັນ ແມ່ນຫຼີກລ່ຽງບໍ່ໄດ້ ແລະພວກເຮົາຕ້ອງກຽມພ້ອມ ແລະນັກວິທະຍາສາດທົ່ວໂລກ ກໍາລັງແຂ່ງກັນ ເພື່ອຈະບົ່ງວ່າ ໄຂ້ຫວັດສັດປີກ H5N1 ທີ່ເຮັດໃຫ້ເກີດພະຍາດໄດ້ສູງ ຫຼື ໄຂ້ຫວັດນົກ ກໍາລັງວິວັດທະນາການແນວໃດ-ແລະມັນມີຄວາມສ່ຽງແນວໃດ ຕໍ່ມະນຸດ.


share








   7m
 
 

AstraZeneca ກຳລັງຖອນອອກ ທົ່ວໂລກ.


ຢາວັກຊີນ AstraZeneca ໄດ້ຖືກຍົກເລີກ ໂດຍ Therapeutic Goods Authorityຂອງອອສເຕຣເລັຍ ໃນເດືອນເມສາ 2023 ຫຼັງຈາກ ໄດ້ພົບຜົນຂ້າງຄຽງທີ່ບໍ່ດີ. ຊຸດສຸດທ້າຍຂອງ AstraZeneca ໃນອອສເຕຣເລັຍ ໄດ້ໝົດອາຍຸໃນວັນທີ 21 ມີນາ 2023. AstraZeneca ໄດ້ຮັບເຄຣດິດສໍາລັບ Vaxzevria (ຊື່ທາງການຄ້າຂອງ AstraZeneca) ທີ່ຊ່ວຍຊີວິດຫຼາຍກວ່າ 6.5 ລ້ານຄົນ ຂອງການນໍາໃຊ້ ໃນປີທໍາອິດ.


share








   5m
 
 

ການເນຣະເທດ ຜູ້ເຂົ້າເມືອງຜິດກົດໝາຍ


ການສອບຖາມ ຂອງສະພາສູງ (Senate Inquiry) ໄດ້ແນະນໍາ ໃຫ້ຣັຖບານ ອອກກົດຫມາຍ ວ່າດ້ວຍການເນຣະເທດ ທີ່ເປັນເລື້ອງຖົກຖຽງຊຶ່ງຈະເຮັດໃຫ້ການເນຣະເທດ ຜູ້ທີ່ຢູ່ໃນສະຖານທີ່ຄຸມຂັງຄົນເຂົ້າເມືອງໄດ້ງ່າຍຂຶ້ນ. ກົດຫມາຍສະບັບນີ້ ຍັງຈະອະນຸຍາດ ໃຫ້ຣັຖບານກໍານົດຫ້າມແບບຄອບຄຸມ ຕໍ່ປະຊາຊົນ ຈາກຊາດທີ່ຣັຖບານປະຕິເສດ ທີ່ຈະຮັບເອົາການສົ່ງກັບຄືນ ຂອງພົນລະເມືອງ ທີ່ຖືກເນຣະເທດ.


share








   7m
 
 

Understanding the profound connections First Nations have with the land - ທຳຄວາມເຂົ້າໃຈ ກັບການເຊື່ອມໂຍງອັນເລິກເຊິ່ງ ທີ່ຊົນຊາດທໍາອິດມີກັ?


The land holds a profound spiritual significance for Aboriginal and Torres Strait Islander peoples, intricately intertwined with their identity, belonging, and way of life. - ແຜ່ນດິນນີ້ ມີຄວາມສໍາຄັນ ທາງວິນຍານອັນເລິກເຊິ່ງ ສໍາລັບຊາວ Aboriginal ແລະ Torres Strait, ຊຶ່ງກ່ຽວພັນຢ່າງແໜ້ນແຟ້ນ ກັບເອກະລັກ, ຄວາມເປັນເຈົ້າຂອງ, ແລະວິຖີຊີວິດຂອງເຂົາເຈົ້າ.


share








   12m
 
 

ຢາຮັກສາມະເຮັງເຕົ້ານົມໃໝ່ ໃນ ອອສເຕຣເລັຍ.


ຜູ້ປ່ວຍ ທີ່ມີຄວາມສ່ຽງສູງ ຕໍ່ການກັບຄືນມາເປັນໂຣກມະເຮັງເຕົ້ານົມ ຈະມີການເຂົ້າເຖິງ ການປິ່ນປົວ ທີ່ສາມາດປ້ອງກັນ ການກັບຄືນມາເປັນໂຣກມະເຮັງເຕົ້ານົມໄດ້ ໃນອີກບໍ່ຊ້າ. ນາຍຫມໍດ້ານມະເຮັງ ທີ່ສູນມະເຮັງ Peter MacCallum ກ່າວວ່າ ຢາປົວໂຣກມະເຮັງເຕົ້ານົມນີ້ (Verzenio) ແກ້ໄຂບັນຫານັ້ນໂດຍກົງ.


share








   7m
 
 

ການຂວ້ຳບາດ ຣັສເຊັຍ


ຣັສເຊັຍ ເປັນປະເທດທີ່ຖືກຂວ້ຳບາດ ຫຼາຍທີ່ສຸດໃນໂລກ ໂດຍມີຫລາຍປະເທດ ຮວມທັງອອສເຕຣເລັຍ ໄດ້ອອກຂໍ້ຈໍາກັດ ຕໍ່ບາງບຸກຄົນ ແລະບາງອົງການ ໃນຄວາມພະຍາຍາມ ທີ່ຈະສະກັດກັ້ນ ສົງຄາມ ຂອງປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin ໃນ Ukraine. ແຕ່ການທ້າທາຍ ເມື່ອບໍ່ດົນມານີ້ ຕໍ່ລະບົບການຂວ້ຳບາດ ທີ່ເປັນອິດສຣະ ຂອງອອສເຕຣເລັຍ ເຮັດໃຫ້ມີຜູ້ຊ່ຽວຊານ ຮຽກຮ້ອງ ໃຫ້ມີການຂວ້ຳບາດ ທີ່ເຂັ້ມງວດ ແລະບັງຄັບໃຊ້ໄດ້ຫລາຍຂຶ້ນ.


share








   8m
 
 

ຄວາມສຳຄັນຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR


ການຄົ້ນຄວ້າໃຫມ່ຈາກ Monash University ໄດ້ລະບຸຄວາມສຳພັນລະຫວ່າງການລອດຊີວິດຂອງຜູ້ທີ່ຫົວໃຈກຳລັງຢຸດເຕັ້ນ ແລະ ຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR ໃນເຂດ ຣັຖບານທ້ອງຖິ່ນ ຂອງອອສເຕຣເລັຍ (Australian Local Government Areas) ທີ່ມີອັດຕາ ການຫົວໃຈຢຸດເຕັ້ນ ສູງສຸດ ແລະອັດຕາທີ່ຕ່ຳທີ່ສຸດ ຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR (Resuscitation Cardiopulmonary).


share








   12m
 
 

ວັນໂລກ (Earth Day) 2024


ໂລກ ກັບ ພລາສະຕິກ (Planet versus the Plastics) ແມ່ນການຮຽກຮ້ອງໃນການຕໍ່ສູ້ຂອງວັນໂລກ (Earth Day) 2024, ຊຶ່ງຮຽກຮ້ອງໃຫ້ມີການຫຼຸດການໃຊ້ພລາສຕິກລົງ 60 ເປີເຊັນ ພາຍໃນປີ 2040. ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດພົບວ່າມະນຸດ ຜລິດສິ່ງເສດເຫຼືອພລາສຕິກ 400 ລ້ານໂຕນໃນແຕ່ລະປີ.


share








   6m
 
 

ສຳພາດກ່ຽວກັບປີໃໝ່


ເນື່ອງໃນໂອກາດງານປີໃໝ່, ວິທຍຸ SBS ພາກພາສາລາວ ໄດ້ໂອ້ລົມແບບກັນເອງກັບຜູ້ອາວຸໂສ ກ່ຍວກັບຄວາມຮູ້ສຶກຂອງປີໃໝ່ລາວໃນ ອອສເຕຣເລັຍ.


share








   4m
 
 

ການຮ່ວມມືກັບຍີ່ປຸ່ນ ຂອງ AUKUS.


ການຮ່ວມມື ດ້ານຄວາມໝັ້ນຄົງສາມຝ່າຍຊຶ່ງເອີ້ນວ່າ AUKUS. ລະຫວ່າງອອສເຕຣເລັຍ, ອັງກິດ ແລະສະຫະຣັດ ກຳລັງພິຈາຣະນາກ່ຽວກັບການຮ່ວມມືກັບຍີ່ປຸ່ນ ໃນໂຄງການເຕັກໂນໂລຈີປ້ອງກັນປະເທດ. ແຕ່ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ ການມີສ່ວນຮ່ວມໃດໆ ຂອງຍີ່ປຸ່ນກັບ AUKUS ແມ່ນຖືກຄັດຄ້ານ ຢ່າງຮຸນແຮງຈາກຈີນ.


share








   10m