SBS Lao - SBS ພາ​ສາ​ລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

https://www.sbs.com.au/language/lao/lo/podcast/sbs-lao

Eine durchschnittliche Folge dieses Podcasts dauert 7m. Bisher sind 1359 Folge(n) erschienen. Dieser Podcast erscheint alle 0 Tage.

Gesamtlänge aller Episoden: 8 days 9 hours 6 minutes

subscribe
share






ການຮັກສາອາການໝົດປະຈຳເດືອນ ໃນອອສເຕຣເລັຍ


ເອກກະສານຊຸດນຶ່ງ ໂດຍນັກຄົ້ນຄວ້າຊາວອອສເຕຣເລັຍ ແນະນໍາວ່າ ການຈັດຕັ້ງທາງການແພດ ອາດໃຊ້ຢາ ໃນການປິ່ນປົວ ການໝົດປະຈຳເດືອນ ຫລາຍເກີນໄປ. ພວກເຂົາເຈົ້າ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ເຖິງສະພາບການ ທີ່ຊ່ອຍໃຫ້ແມ່ຍິງ ທີ່ກໍາລັງປະສົບກັບວັຍໝົດປະຈຳເດືອນ ສາມາດນຳທາງໄປສູ່ການປ່ຽນແປງໄດ້.


share








 March 12, 2024  8m
 
 

ຄວາມສາມາດໃນການຈ່າຍຄ່າເຊົ່າໃນ ອອສເຕຣເລັຍ.


ອອສເຕຣເລັຍ ກໍາລັງປະເຊີນກັບວິກິດການ ຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຮ້າຍແຮງທີ່ສຸດໃນຮອບ 17 ປີ, ດ້ວຍລາຄາເຊົ່າທີ່ສູງຂຶ້ນ ເກີນກວ່າການເຕີບໂຕຂອງລາຍໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄົນນັບລ້ານ.


share








 March 12, 2024  8m
 
 

What are Ramadan and Eid and how are they celebrated in Australia? - Ramadan ແລະ Eid ແມ່ນຫຍັງ ແລະມີການ ສເລີມສລອງແນວໃດໃນອອສເຕຣເລັຍ?


As Muslims in Australia and around the world observe Ramadan, a month-long period of devotion and fasting, in this episode, we explore the religious significance of this holy month.  - ເນື່ອງຈາກຊາວມຸສລິມ ໃນອອສເຕຣເລັຍ ແລະທົ່ວໂລກ ປະຕິບັດຣາມາດານ, ຊຶ່ງເປັນເວລາຫນຶ່ງເດືອນ ຂອງການອຸທິດຕົນ ແລະຖືສິນອົດເຂົ້າ, ໃນຕອນນີ້ຂອງ Australia Explained, ພວກເຮົາຄົ້ນຫາຄວາມສໍາຄັນທາງສາສນາຂອງເດືອນສັກສິດນີ້.


share








 March 11, 2024  8m
 
 

ເວລາຢູ່ຫນ້າຈໍ (Screentime) ອາດລົບກວນ ການພັດທະນາພາສາ ໃນເດັກ


ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່ ອີງຕາມການສຶກສາທໍາອິດ ຂອງອອສເຕຣເລັຍ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.


share








 March 6, 2024  6m
 
 

ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ.


ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.


share








 March 6, 2024  9m
 
 

Tackling misinformation: How to identify and combat false news - Tackling misinformation: ວິທີລະບຸ ແລະຕໍ່ສູ້ກັບຂ່າວປອມ.


In an era where information travels at the speed of light, it has become increasingly difficult to distinguish between true and false. Whether deemed false news, misinformation, or disinformation, the consequences are the same - a distortion of reality that can affect people's opinions, beliefs, and even important decisions. - ໃນສມັຍທີ່ຂໍ້ມູນ ເດີນທາງດ້ວຍຄວາມໄວຂອງແສງ, ການແຍກຄວາມຈິງ ຈາກຄວາມຕົວະ ໄດ້ກາຍເປັນສິ່ງທ້າທາຍຫລາຍຂຶ້ນ ທີ່ຈະແຍກແຍະລະຫວ່າງຄວາມຈິງ ແລະຄວາມບໍ່ຈິງ...


share








 March 5, 2024  13m
 
 

ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ.


ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.


share








 March 5, 2024  5m
 
 

ການບໍ່ຮູ້ກ່ຽວກັບໂຣກໂຣກລີ້ນຫົວໃຈ ຂອງຄົນອອສເຕຣເລັຍ.


ການຄົ້ນຄວ້າເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍ ຫຼາຍກວ່າສອງແສນຫ້າໝື່ນຄົນ ໄດ້ຕິດເຊື້ອ ໂຣກລີ້ນຫົວໃຈ (Heart Valve Disease). ແຕ່ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຄົນສ່ວນໃຫຍ່ ບໍ່ຮູ້ກ່ຽວກັບໂຣກນີ້ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງຫຼາຍຂຶ້ນອີກ. ໂຣກນີ້ ຈະສົ່ງຜົນກະທົບຕໍ່ຜູ້ສູງອາຍຸ ຊຶ່ງຕອນນີ້, ຈຳນວນຜູ້ທີ່ອາຍຸສູງກວ່າ 60 ປີນັ້ນມີຫຼາຍ.


share








 February 29, 2024  8m
 
 

ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ.


ໃນການສໍາຫຼວດໃໝ່ ໂດຍ GlaxoSmithKline ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວອອສເຕຣເລັຍ ຊຶ່ງຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.


share








 February 27, 2024  6m
 
 

ການລົງທະບຽນກັບ BetStop ໃນການຍົກເວັ້ນຕົນເອງ ຈາກການພະນັນ,


ຣັຖບານກາງ ກໍາລັງປະເຊີນຫນ້າ ກັບການຮຽກຮ້ອງຫຼາຍຂຶ້ນ ໃນການຕໍ່ສູ້ ກັບການພະນັນທີ່ສ້າງບັນຫາ.ຕົວເລກໃຫມ່ ກ່ຽວກັບຈໍານວນຊາວອອສເຕຣເລັຍ ທີ່ຍົກເວັ້ນໂຕເອງ(Self-excluding) ອອກຈາກການຫລິ້ນພະນັນ, ໄດ້ເຮັດໃຫ້ມີການເຕືອນກ່ຽວກັບວິກິດການ ດ້ານສາທາຣະນະສຸກແລະດ້ານອື່ນໆ.


share








 February 27, 2024  6m